ກາບກອນ (ຄຳເຄົ້າ: ກາພຍ໌ກລອນ[໑]) ຫຼື ການແຕ່ງກອນ ແມ່ນສີລະປະປະເພດນຶ່ງທີ່ຖືກຈັດເຂົ້າໃນວິຊາທີ່ຄົນບູຮານຖືວ່າເປັນວິຊາທີ່ສຳຄັນ ໂດຍສະເພາະແມ່ນຜູ້ທີ່ຈະເປັນເຈົ້າຊີວິດ ນອກຈາກວິຊາອື່ນໆ ເພີ່ນຈຳຕ້ອງໄດ້ສຶກສາວິຊານີ້ນຳ, ການແຕ່ງກອນບໍ່ຍາກສຳລັບຜູ້ມີພອນສະຫວັນ ແລະພອນສະແຫວງ ພຽງແຕ່ເຮົາແຕ່ງໃຫ້ຖືກຫຼັກ ແລະແຕ່ງເປັນປະຈຳ ສຶກສານຳຜູ້ທີ່ຂຽນດີ ໂດຍການອ່ານ ພວກເຮົາກໍຈະແຕ່ງໄດ້ສະບາຍ. ການແຕ່ງກາບກອນ ແມ່ນມີຫຼາຍວິທີ ແຕ່ວິທີທີ່ຊາວລາວນິຍົມໃຊ້ແມ່ນກອນຫົວສາມທ້າຍສີ ຊຶ່ງປະກອບ ສີ່ວັກ ທີ່ມີການຈັກວາງສຽງໄປຕາມ ສຽງສາມັນ ສຽງເອກ ສຽງໂທ
ເຊັ່ນ:
ກາກ່າກ້າ....ກາກ່າກາກາ
ກາກາກາ...ກ່າກາກາກ້າ
ກາກາກ້າ...ກາກາກ້າກ່າ
ກາກ່າກ້າ...ກາກ້າກ່າກາ
ຄຳນຳຫນ້າ ເຊັ່ນ: ເມື່ອນັ້ນ, ພໍເມື່ອ ແລະອື່ນໆໆໆ ແລ້ວແຕ່ຜູ້ຂຽນຈະໃສ່
ຄຳຫ້ອຍຫຼັງ: ແທ້ແລ້ວ ແທ້ໃດ ທ່ານເອີຍ ແລະອື່ນໆ
ຕົວຢ່າງ
ສຸລິຍາແຈ່ມແຈ້ງ___ແສງຊ່ອງນະພາ
ເມຄາຂາວ___ຄ່ອງງາມຍາມແຈ້ງ
ພໍເມື່ອແຍງໃຈຈັ້ງ___ທັງຄິງໂອ້ອຸ່ນ
ເປັນຈັ່ງບຸນເສກສ້າງ___ປາງກີ້ກ່ອນເດີມ ແທ້ແລ້ວ
ແຈ່ມ ກັບແຈ້ງສຳພັດກັນ ເອີ້ນວ່າສຳພັດຜະຫຍັນສະນະ ຈ ກັບ ຈ
ແຈ້ງ ກັບ ແສງ ສຳພັດກັນ ເອີ້ນວ່າສຳພັດສະລະ ແXງ ກັບ ແXງ
ທັງສອງນີ້ເອີ້ນວ່າສຳພັດໃນ
ພາ ກັບ ຄາ ສຳພັດກັນ
ແຈ້ງ ກັບ ແຍງ ສຳພັດກັນ
ອຸ່ນ ກັບ ບຸນ ສຳພັດກັນ
ທັງສາມນັ້ນ ເອີ້ນກັນວ່າສຳພັດນອກ
ໃຫ້ທ່ານສຶກສາ ແລະແອບຂຽນຕາມນີ້ ຈະຂຽນຍາວ ຂຽນສັ້ນປານໃດກໍໄດ້ ແຕ່ຕ້ອງຈັດວາງສຽງໃຫ້ໄດ້.
ກາບກອນທີ່ດີຕ້ອງມີການສຳພັດທີ່ດີ ແລະມີການແຈກສຽງ ສາມັນ ສຽງເອກ ສຽງໂທ ໃຫ້ຖືກບ່ອນ ຖ້າບໍ່ດັ່ງນັ້ນ ກອນນັ້ນກໍຈະບໍ່ເປັນຕາຟັງ ແລະຜູ້ອ່ານຈະມີຄວາມຮູ້ສຶກຄ້າຄືກັບຕົນແຄ້ນເຂົ້າໃນເວລາອ່ານ. ຖ້າຫາກມີການສຳພັດ ແລະຈັດວາງສຽງໃຫ້ຖືຕາມຫຼັກກອນນັ້ນກໍຈະອ່ານງ່ານ ແລະເປັນຕາອອນຊອນດັ່ງສາຍນໍ້າໄຫຼ.
ไม่มีความคิดเห็น:
แสดงความคิดเห็น