วันจันทร์ที่ 15 พฤษภาคม พ.ศ. 2560

ພາສາລາວ

ພາສາລາວ ແມ່ນພາສາລັດຖະການຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ແລະເປັນພາສາແມ່ຂອງຄົນເຊື້ອຊາດລາວ ທັງຢູ່ພາຍໃນ ແລະຕ່າງປະເທດ. ພາສາລາວມີວັນນະຍຸດ ມີການປາກເວົ້າໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ແລະພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍ. ທາງລັດຖະບານປະເທດໄທມີການສະໜັບສະໜຸນໃຫ້ເອີ້ນພາສາລາວຖິ່ນໄທວ່າ ພາສາອີສານ. ລະບົບການຂຽນຈະໃຊ້ ໂຕອັກສອນລາວເຊິ່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການຂຽນທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະມີຄວາມຄ້າຍຄຶງກັບພາສາໄທ ພາສາລາວແມ່ນພາສາໃນກຸ່ມພາສາໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ.

ไม่มีความคิดเห็น:

แสดงความคิดเห็น

ກາບກອນ

ກາບກອນ  (ຄຳເຄົ້າ: ກາພຍ໌ກລອນ [໑] ) ຫຼື  ການແຕ່ງກອນ  ແມ່ນ ສີລະປະ ປະເພດນຶ່ງທີ່ຖືກຈັດເຂົ້າໃນວິຊາທີ່ຄົນບູຮານຖືວ່າເປັນວິຊາທີ່ສຳຄັນ ໂດຍສະເພາະແມ່ນຜ...